×
ສູນບໍລິການການລົງທືນ
021766013

ພະແນກການຄ້າ
021766012
+86 18687232199 (ຈີນ)
ສິ່ງອຳນວຍຄວາມສະດວກ
ແນະນຳກ່ຽວກັບເຂດພັດທະນາ
ຍິນດີຕ້ອນຮັບທີ່ເຂດພັດທະນາລາວ - ຈຸດເລີ່ມຕົ້ນຂອງອະນາຄົດທີ່ສົດໃສ!
.
ສິ່ງອຳນວຍຄວາມສະດວກ
ໂຄງການສະຖານີຄ່ຽນຖ່າຍຂີ້ເຫຍື້ອຂອງເຂດພັດທະນາກວມລວມໄຊເຊດຖາ

     ໂຄງການສະຖານີຄ່ຽນຖ່າຍຂີ້ເຫຍື້ອ ແມ່ນແນໃສ່ຫຼຸດຜ່ອນມົນລະພິດສິ່ງແວດລ້ອມໃນບໍລິເວນເຂດ ແລະ ຖືເອົາສິ່ງອໍານວຍຄວາມສະດວກພື້ນຖານ ເປັນຈຸດເລີ່ມຕົ້ນເພື່ອສະໜອງການບໍລິການກໍາຈັດ ແລະ ຍົກຍ້າຍຂີ້ເຫຍື້ອໃຫ້ແກ່ສອງເມືອງຄື: ເມືອງໄຊທານີ ແລະ ເມືອງໄຊເສດຖາ. ເຂດພັດທະນາກວມລວມໄຊເຊດຖາ ໄດ້ມີສ່ວນຮ່ວມໃນການຊ່ວຍພັດທະນາວຽກງານສາທາລະນະສຸກ ແລະ ສິ່ງແວດລ້ອມຂອງລາວ ໄດ້ເລັງໃສ່ການພັດທະນາສີຂຽວໃນເຂດພັດທະນາ, ເປັນການຊຸກຍູ້ອັນສໍາຄັນໃຫ້ແກ່ການພັດທະນາຄວາມອາດສາມາດທາງດ້ານສາທາລະນະສຸກ ແລະ ຍົກລະດັບພາບລັກຂອງເຂດພັດທະນາກວມລວມໄຊເຊດຖາ.

  • DSC06579.JPG
  • DSC06240.JPG
  • DSC06767.JPG
  • DSC06632.JPG
  • DSC06234.JPG
ຫ້ອງກວດພະຍາດຫຼັກໄຊ ປະຈຳເຂດພັດທະນາກວມລວມໄຊເຊດຖາ

    ຫ້ອງກວດພະຍາດຫຼັກໄຊ ມີສະຖານທີ່ຕັ້ງຢູ່ຫໍພັກພະນັກງານຂອງເຂດພັດທະນາກວມລວມໄຊເຊດຖາ, ມີເນື້ອທີ່ທັງໝົດ 270 ຕາແມັດ, ເປັນການຮ່ວມມືສ້າງຕັ້ງຂຶ້ນລະຫວ່າງເຂດພັດທະນາ ແລະ ໂຮງໝໍຫຼັກໄຊ, ຍັງເປັນໂຄງການຊ່ວຍເຫຼືອທີ່ຮ່ວມມືໂດຍລັດຖະບານຈີນ-ລາວ. ມີອຸປະກອນການແພດ ເປັນຕົ້ນແມ່ນເຄື່ອງກວດພະຍາດ ແລະ ອຸປະກອນປິ່ນປົວພື້ນຖານ ທີ່ໄດ້ຮັບການຊ່ວຍເຫຼືອຈາກພະແນກການຄ້າແຂວງຢຸນນານ ສປ.ຈີນ. ຫ້ອງກວດພະຍາດຫຼັກໄຊ ປະກອບມີ: ຂະແໜງກວດພາຍນອກ, ຂະແໜງສຸກເສີນ ແລະ ຂະແໜງຫູ, ຕາ, ດັງ, ຄໍ ເປັນຕົ້ນ, ໃຫ້ບໍລິການທາງການແພດເຊັ່ນ: ການປິ່ນປົວທາງການແພດຂັ້ນພື້ນຖານ ແລະ ການກວດສຸຂະພາບປະຈຳປີ.


  • 2023 05 23 ໂຮງໝໍນ້ອຍ.00_00_27_17.Still005.png
  • 2023 05 23 ໂຮງໝໍນ້ອຍ.00_00_22_14.Still004.png
  • 2023 05 23 ໂຮງໝໍນ້ອຍ.00_00_19_21.Still003.png
  • 2023 05 23 ໂຮງໝໍນ້ອຍ.00_00_16_10.Still002.png
  • 2023 05 23 ໂຮງໝໍນ້ອຍ.00_00_11_22.Still001.png
ສະຖານີລົດເມ ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ

    ສະຖານີລົດເມເຂດພັດທະນາກວມລວມໄຊເຊດຖາ ຕັ້ງຢູ່ຫໍພັກພະນັກງານຂອງເຂດ ໂຊນ A , ເວລາການໃຫ້ບໍລິການແມ່ນວັນເສົາ ແລະ ອາທິດ; 2 ຖ້ຽວ/ມື້. ເຂດພັດທະນາ ໄດ້ຖືກກຳນົດເຂົ້າເປັນ 1 ໃນ 10 ເຂດການປ່ອຍອາຍກາກບອນຕ່ຳຢູ່ໃນບັນດາປະເທດກຳລັງພັດທະນາຂອງ ສປ.ຈີນ, ກາຍເປັນນິມິດໝາຍທີ່ສຳຄັນຂອງໂຄງການຮ່ວມມືໃຕ້-ໃຕ້ລະຫວ່າງຈີນກັບລາວ ເພື່ອແກ້ໄຂການປ່ຽນແປງຂອງດິນຟ້າອາກາດ. ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອລົດເມໄຟຟ້າແກ່ ສປປ ລາວ ຈຳນວນ 12 ຄັນ, ໂດຍທົດລອງນຳໃຊ້ລະຫວ່າງເຂດພັດທະນາ ແລະ ນະຄອນຫຼວງວຽງຈັນ ເພື່ອຕອບສະໜອງຄວາມຕ້ອງການການຂົນສົ່ງຂອງພະນັກງານທີ່ເຮັດວຽກຢູ່ໃນເຂດ, ເມື່ອປຽບທຽບກັບລົດເມແບບດັ້ງເດີມທີ່ໃຊ້ນ້ຳມັນ, ມັນມີຂໍ້ດີດ້ານຄວາມປອດໄພສູງ, ຍັງເປັນການປະຫຍັດພະລັງງານ ແລະ ເປັນມິດກັບສິ່ງແວດລ້ອມ, ບໍ່ມີການປ່ອຍອາຍພິດ ແລະ ບໍ່ມີມົນລະພິດ.

  • ໒໐໒໒_໐໓_໒໘_໐໘_໓໓_IMG_5476.JPG
  • ໒໐໒໒_໐໔_໐໑_໑໖_໑໕_IMG_5615.JPG
  • ສະຖານນີລົດໄຟ.jpg
  • ຂົວມິດຕະພາບ-02.jpg
  • ຂົວມິດຕະພາບ-01.jpg