×
ສູນບໍລິການການລົງທືນ
021766013

ພະແນກການຄ້າ
021766012
+86 18687232199 (ຈີນ)
ທ່າແຮງດ້ານທີ່ຕັ້ງ
ເວລາແຈກຢາຍ:2023-09-01 ແຫຼ່ງຂໍ້ມູນ:原创 ລາຍງານ:admin
ແບ່ງປັນ

    ເຂດພັດທະນາກວມລວມໄຊເຊດຖາຕັ້ງຢູ່ໃກ້ກັບເສັ້ນທາງຫຼວງ 450 ປີ, ເສັ້ນທາງຫຼວງເລກທີ 13, ເລກທີ 3, ໃກ້ກັບສະຖານີລົດໄຟລາວ-ຈີນ ນະຄອນຫຼວງວຽງຈັນ, ໄລຍະທາງຫ່າງຈາກຂົວມິດຕະພາບລາວ-ໄທ (ແຫ່ງທີ 1) 14 ກມ ແລະ ຫ່າງຈາກສະໜາມບີນສາກົນວັດໄຕ 19 ກມ.

    ໃນວັນທີ 3 ທັນວາ 2021, ທາງລົດໄຟລາວຈີນໄດ້ເປີດນໍາໃຊ້ຢ່າງເປັນທາງການ, ເຮັດໃຫ້ປະເທດລາວຈາກສະຖານະພາບ “ປະເທດບໍ່ມີຊາຍແດນຕິດຈອດກັບທະເລ (Land - locked country) ສູ່ປະເທດທີ່ເຊື່ອມໂຍງ-ເຊື່ອມຈອດ (Land-linked country)”, ການເຊື່ອມຕໍ່ ແລະ ເຊື່ອມຈອດສາມາດກາຍເປັນແຮງຜັກດັນ ແລະ ສ້າງຄວາມເຂັ້ມແຂງແກ່ການພັດທະນາເສດຖະກິດ-ສັງຄົມລະຫວ່າງ ສປປ ລາວ ກັບພາກພື້ນຢ່າງມີປະສິດທິພາບ.